ໂດຍ : ສີວັນ
ກອງປະຊຸມສຸດຍອດຂອງຜູ້ນຳປະເທດບຣິກ ຄັ້ງທີ 11 ທີ່ຈັດຂຶ້ນຢູ່ນະຄອນຫຼວງບຣາຊີເຣຍຂອງບຣາຊິນ ໂດຍການ ເຂົ້າຮ່ວມຂອງ ທ່ານ ໂບນໂຊນາໂຣ ປະທານາທິບໍດີ ບຣາຊິນ, ທ່ານ ສີຈິ້ນຜິງ ປະທານປະເທດຈີນ, ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍ, ທ່ານ ນາເຣນດຣາ ໂມດີ ນາຍົກລັດຖະມົນຕີອິນເດຍ ແລະ ທ່ານ ລາມາຟູຊາ ປະທານາທິບໍດີອາຟຣິກາໃຕ້.
ຜູ້ນຳຂອງ 5 ປະເທດ ບຣິກ ໄດ້ແລກປ່ຽນຄວາມເຫັນຢ່າງເລິກເຊິ່ງ ແລະ ກ້າວເຖິງຂັ້ນມີຄວາມຮັບຮູ້ທີ່ເປັນເອກະພາບກັນຢ່າງກວ້າງຂວາງກ່ຽວກັບການຮ່ວມມື ລະຫວ່າງ ບັນດາປະເທດບຣິກ ແລະ ບັນຫາສາກົນສຳຄັນທີ່ສົນໃຈຮ່ວມກັນ ໂດຍປິ່ນອ້ອມຫົວຂໍ້; "ການເຕີບໂຕຂອງເສດຖະກິດເພື່ອສ້າງອະນາຄົດແຫ່ງການປະດິດສ້າງ".
ໃນວາລະດໍາເນີນກອງປະຊຸມ, ທ່ານ ສີຈິ້ນຜິງ ໄດ້ກ່າວຄຳປາໄສທີ່ມີຫົວຂໍ້ວ່າ; "ພະ ຍາຍາມເກາະແຂນ ຮ່ວມກັນ ເພື່ອສ້າງປະຫວັດສາດໜ້າໃໝ່ແຫ່ງການຮ່ວມມື", ທ່ານ ກ່າວເນັ້ນວ່າ: ປະເທດບຣິກ ຄວນສະແດງໃຫ້ເຫັນເຖິງຄວາມສາມາດໃນການແບກຫາບພາ ລະໜ້າທີ່ຂອງຕົນ, ສົ່ງເສີມ ແລະ ປົກປ້ອງລັດທິຫຼາຍຝ່າຍ ດ້ວຍການກະທຳຕົວຈິງ, ສ້າງສະພາບແວດລ້ອມດ້ານຄວາມໝັ້ນຄົງໃຫ້ແກ່ສັນຕິພາບ ແລະ ສະຖຽນລະພາບ, ກຳແໜ້ນໂອ ກາດໃນການປະຕິຮູບ ແລະ ປະ ດິດສ້າງ, ລົງເລິກຊຸກຍູ້ການ ພົວພັນຄູ່ຮ່ວມດ້ານການປະຕິ ວັດອຸດສາຫະກຳໃໝ່ຂອງປະ ເທດບຣິກ, ຊຸກຍູ້ການແບ່ງ ປັນບົດຮຽນ ແລະ ຖອດຖອນບົດຮຽນຊຶ່ງກັນ ແລະ ກັນ, ຂະຫຍາຍ ແລະ ລົງເລິກການແລກປ່ຽນດ້ານວັດທະນະທຳໃຫ້ກວ້າງກວ່າເກົ່າ ຢ່າງບໍ່ຢຸດຢັ້ງ. ຈີນຈະຢຶດໝັ້ນການເປີດ ປະຕູສູ່ພາຍນອກ, ຊຸກຍູ້ການ ສ້າງ "ໜຶ່ງແລວໜຶ່ງເສັ້ນທາງ" ຢ່າງມີຄຸນນະພາບສູງ, ພະຍາ ຍາມຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳອາຊີ-ປາຊີຟິກ ແລະ ປະຊາຄົມຮ່ວມຊາຕາກຳມວນມະນຸດ.
ຂະນະດຽວກັນ, ຜູ້ນຳປະ ເທດບຣິກ ຍັງໄດ້ຈັດກອງປະ ຊຸມປິດລັບ ທ່ານ ສີຈິ້ນຜິງ ກ່າວເນັ້ນວ່າ: ປະເທດບຣິກ ຕ້ອງສາມັກຄີ ແລະ ຮ່ວມມືກັນ, ປະ ຕິບັດຕາມທ່າອ່ຽງແຫ່ງການພັດ ທະນາສັງຄົມມະນຸດ ແລະ ການປ່ຽນແປງຂອງສະຖານະການສາກົນ. ປະເທດບຣິກສ໊ ຄວນເພີ່ມທະວີຄວາມຮູ້ສຶກຕໍ່ພາລະໜ້າທີ່ ແລະ ຄວາມຮີບດ່ວນ, ຊຸກຍູ້ການຮ່ວມມືໃນຂົງເຂດຕ່າງໆ, ບຸກເບີກອະນາຄົດທີ່ສະຫວ່າງສະໄຫວກວ່າເກົ່າ ໃຫ້ແກ່ປະຊາຊົນ 5 ປະ ເທດ, ກໍຄື ປະເທດຕະຫຼາດຈະເລີນໃໝ່ ແລະ ປະເທດທີ່ພວມ ພັດທະນາອັນກວ້າງໃຫຍ່ໄພສານ, ເພື່ອສັນຕິພາບ ແລະ ການພັດທະນາຂອງໂລກ.
ຕາມແຫຼ່ງຂ່າວຈາກຊີອາໄອ, ຜູ້ນຳ 5 ປະເທດເຫັນດີ ຈະຮ່ວມຈິດຮ່ວມໃຈກັນ, ເພີ່ມທະວີກົນໄກການຮ່ວມມືຂອງບຣິກ, ບັນລຸການພັດທະນາຄວາມຈະເລີນຮຸ່ງເຮືອງຮ່ວມກັນ. ກອງປະຊຸມຄັ້ງນີ້, ໄດ້ອອກຖະແຫຼງການບຣາຊີເຣຍກ່ຽວກັບກອງປະຊຸມສຸດຍອດບຣິກ ຄັ້ງທີ 11.
ທ້າຍອາທິດຜ່ານມາ, ຢູ່ນະຄອນຫຼວງປັກກິ່ງ ສປ.ຈີນ, ທ່ານ ເກີງສວງ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ກອງປະຊຸມພົບປະຫາລື ລະຫວ່າງ ຜູ້ນຳປະເທດບຣິກ (BRICS) ຄັ້ງທີ 11 ທີ່ໄດ້ດໍາເນີນຢູ່ນະຄອນຫຼວງບຣາຊິີເລຍ ປະເທດບຣາຊິນ, ຜູ້ນຳ 5 ປະເທດ ໄດ້ແລກປ່ຽນຄວາມຄິດຄວາມເຫັນຢ່າງເລິກເຊິ່ງກ່ຽວກັບການຮ່ວມມື ລະຫວ່າງ ປະເທດ BRICS ແລະ ບັນຫາສາກົນສຳຄັນທີ່ສົນໃຈຮ່ວມກັນ ແລະ ໄດ້ບັນລຸຄວາມຮັບຮູ້ທີ່ເປັນເອກະພາບກັນຢ່າງກວ້າງຂວາງ ທັງໄດ້ຮັບຜົນດີໃນຫຼາຍດ້ານ.
ການພົບປະຄັ້ງນີ້, ໄດ້ບັນລຸເປົ້າໝາຍຕາມກຳນົດ, ໄດ້ສົ່ງສັນຍານອັນຈະແຈ້ງໃນ 4 ດ້ານຕໍ່ພາຍນອກຄື: ໜຶ່ງ, ໄດ້ສົ່ງສັນຍານອັນຕັ້ງໜ້າໃນການສົ່ງເສີມລັດທິຫຼາຍຝ່າຍ. ສອງ, ໄດ້ສົ່ງສັນຍານອັນຕັ້ງໜ້າໃນການຄັດຄ້ານລັດທິປົກປ້ອງ. ສາມ, ໄດ້ສົ່ງສັນຍານອັນຕັ້ງໜ້າໃນການຄັດຄ້ານການແຊກແຊງ ຈາກພາຍນອກ ແລະ ສີ່, ໄດ້ສົ່ງສັນຍານອັນຕັ້ງໜ້າໃນການເພີ່ມຄວາມສາມັກຄີ ແລະ ການຮ່ວມມືລະຫວ່າງປະເທດບຣິກ.
ການພົບປະເທື່ອນີ້, ໄດ້ເພີ່ມຄວາມໝັ້ນທ່ຽງໃຫ້ແກ່ສະຖານະການສາກົນທີ່ພວມຢູ່ໃນໄລຍະເວລາທີ່ສຳຄັນ, ໄດ້ຊີ້ທິດທາງໃຫ້ແກ່ລະບົບສາກົນ ທີ່ໄດ້ປະສົບການປະຕິຮູບອັນເລິກເຊິ່ງຜ່ານມາ, ໄດ້ຕື່ມພະລັງທີ່ສ້າງສັນຕໍ່ປະຊາຄົມໂລກ ທີ່ປ່ຽມລົ້ນໄປດ້ວຍຄວາມເປັນຫ່ວງ ເປັນໄຍ ແລະ ໄດ້ສະໜອງພະລັງຊຸກດັນໃໝ່ໃຫ້ແກ່ການຮ່ວມມື ລະຫວ່າງ ປະເທດບຣິກ ເພື່ອໃຫ້ມີປະສິດທິຜົນ ແລະ ກ້າວສູ່ລວງເລິກຢ່າງບໍ່ຢຸດຢັ້ງ.
ລຳດັບ | ຄວາມຄິດເຫັນຕໍ່ກັບຂ່າວ | ເວລາ |
---|---|---|
5 | very good | 06/01/2020 06:02:18 |
3 | ດີຫຼາຍໆເດີຂ່າວອັນນີ້ | 06/01/2020 05:16:32 |
15/12/2019 11:28:28
08/01/2020 08:04:10
15/12/2019 14:58:51
10/01/2020 09:09:49
27/12/2019 15:21:28
09/01/2020 10:02:54
30/12/2019 15:07:56
09/01/2020 10:55:25
09/01/2020 10:20:44
25/12/2019 23:18:50