ຜົນງານ ແລະ ການເຄື່ອນໄຫວຂອງຄະນະບໍລິຫານງານ ສອຕລ ຊຸດທີ VI (2012-2015)
THE ACTIVITIES OF THE SevenTH ALGI BOARD MEMBERS (2012-2015)

   ໃນປີ 2013, ສະພາບການເມືອງໃນພາກພື້ນອາຊີ-ປາຊີຟຣິກ ມີຄວາມປັ່ນປ່ວນຢູ່ໃນຫຼາຍປະເທດ ເຊັ່ນ: ປະເທດບັງກະລາເທດ, ປາກິດສະຖານ, ໄທ ແລະ ກຳປູເຈຍ ຊື່ງເປັນປະເທດຜູ້ຜະລິດສົ່ງອອກລາຍໃຫຍ່, ເຮັດໃຫ້ລູກຄ້າຖອນການສັ່ງຜະລິດໄປປະເທດອື່ນ ເຊັ່ນ: ອິນໂດເນເຊຍ, ອິນເດຍ, ມາເລເຊຍ, ມຽນມາ, ຫວຽດນາມ ແລະ ຈໍານວນໜື່ງກໍ່ມາ ສປປ ລາວ.
    ເຖິງແມ່ນການສັ່ງຊື້ມີຢູ່ຢ່າງຫຼາຍໃນລາຄາຄົງທີ່ ແຕ່ຍ້ອນການຂາດແຄນແຮງງານລາວ ເຮົາຈື່ງບໍ່ສາມາດຈັບເອົາໂອກາດນີ້ຂະຫຍາຍອຸດສາຫະກຳຕັດຫຍິບຂື້ນໄດ້. ໃນເວລາດຽວກັນ ຄ່າຄອງຊີບ ຢູ່ ສປປ ລາວ ກໍນັບມື້ນັບສູງຂື້ນ, ແຕ່ລະໂຮງງານກໍ່ໄດ້ປັບປຸງເງິນເດືອນຂອງຜູ້ອອກແຮງງານໃຫ້ດີຂື້ນ ແຕ່ປະສິດທິພາບດ້ານການຜະລິດບໍ່ເພີ່ມຂື້ນຍ້ອນການເຂົ້າ-ອອກຂອງແຮງງານສູງ ອັນເປັນເຫດໃຫ້ຄ່າຜະລິດຢູ່ ສປປ ລາວ ມີລາຄາສູງກວ່າປະເທດອື່ນໆ.
    ສະພາບດັ່ງກ່າວ, ເຮັດໃຫ້ໂຮງງານທີ່ຄົນລາວເປັນຜູ້ລົງທຶນຈຳນວນໜື່ງຕ້ອງອັດປະຕູລົງ. ໃນນີ້ມີໂຮງງານຂະໜາດໃຫຍ່ໜື່ງແຫ່ງ ແລະ ຂະໜາດນ້ອຍ 7 ແຫ່ງ. ໃນເວລາດຽວກັນຜູ້ລົງທຶນຕ່າງປະເທດທີ່ເປັນມືອາຊີບ ມີຕະຫຼາດໃນກຳມືພັດຕ້ອງການຂະຫຍາຍການຜະລິດຂື້ນອີກ ແລະ ຜູ້ລົງທືນໃຫຍ່ຈຳນວນໜື່ງກໍ່ມີຄວາມສົນໃຈມາລົງທຶນຢູ່ ສປປ ລາວ ເຊັ່ນດຽວກັນ. ແຕ່ຍ້ອນບໍ່ມີການສະໜອງແຮງງານຢ່າງພຽງພໍ, ໂຮງງານທັງໃໝ່ ແລະ ເກົ່າກໍ່ພົບບັນຫາຂາດແຄ້ນແຮງງານ.
    ເຖິງຢ່າງໃດກໍ່ຕາມໃນປີ 2013 ຄະນະບໍລິຫານງານໄດ້ຂົນຂວາຍເອົນນັກລົງທຶນໜ້າໃໝ່ເຂົ້າມາ ແລະ ສມາດເປີດຕົວຂື້ນ 4 ແຫ່ງ, ຢູ່ນະຄອນຫຼວງ 2 ແຫ່ງ, ແຂວງສະຫວັນນະເຂດ 1 ແຫ່ງ ແລະ ແຂວງຈຳປາສັກ 1 ແຫ່ງ, ສາມາດສ້າງວຽກເຮັດງານທຳໄດ້ເຖິງ 2600 ຄົນ.
    ມາຮອດປີ 2013 ນີ້, ສປປ ລາວ ມີໂຮງງານຕັດຫຍິບ 130 ແຫ່ງ ໃນນີ້ມີໂຮງງານຕັດຫຍິບເພື່ອສົ່ງອອກ ຈຳນວນ 107 ແຫ່ງ, ມີແຮງງານທັງໝົດ 32,000 ຄົນ. ການຜະລິດສົ່ງອອກຂອງ ສປປ ລາວ ໃນປີນີ້ ບັນລຸຕົວເລກ 50 ລ້ານຜືນ, ມີມູນຄ່າສົ່ງອອກ 201,875,119 ໂດລາສະຫະລັດ, ທຽບໃສ່ປີ 2012 ເພີ່ມຂື້ນ 10%.     ຈາກຜົນສຳເລັດໃນການເປັນເຈົ້າພາບຈັດກອງປະຊຸມ ສະຫະພັນຕັດຫຍິບອາຊຽນ ຄັ້ງທີ 32, ໃນວັນທີ 18 ມັງກອນ 2013, ສະມາຄົມ ອຸດສາຫະກໍາຕັດຫຍິບລາວ ໄດ້ຮັບກຽດເປັນປະທານສະຫະພັນຕັດຫຍິບເອຊຽນ ໃນລະຫວ່າງ 2013-2014 ຢ່າງສົມກຽດ.

   ຄະນະບໍລິຫານງານ ສອຕລ ຊຸດທີ VI ຍັງຈະໄດ້ມີຂໍ້ສະເໜີຕໍ່ພາກລັດ ແລະ ອົງການທີ່ກ່ຽວຂ້ອງດັ່ງນີ້:
1). ການຂາດເຂີນແຮງງານເປັນສິ່ງທ້າທາຍຕໍ່ຂະແໜງການຜະລິດ ເຊິ່ງພວກເຮົາຈະເຂົ້າສູ່ປະຊາຄົມເສດຖະກິດນັ້ນມີຄວາມຈຳເປັນທີ່ຈະຕ້ອງມີກຳລັງແຮງງານ ແລະ ສີມືແຮງງານທີ່ໄດ້ມາດຕະຖານສາກົນ.
2).ສະເໜີໃຫ້ພາກລັດ, ອົງການທີ່ກ່ຽວຂ້ອງຍົກເລິກ ຫຼື ຫຼຸດຜ່ອນຄ່າທຳນຽມນອກລະບົບທີ່ບໍ່ສອດຄ່ອງກັບລະບຽບກົດໝາຍ.
4). ສະເໜີໃຫ້ພາກລັດມີໜ່ວຍງານຄົ້ນຄວ້າເພື່ອແກ້ໄຂບັນຫາກ່ຽວກັບເສດຖະກິດ, ທຸລະກິດຕັດຫຍິບເຄື່ອງນຸ່ງຫົ່ມໃຫ້ໄວ ເພື່ອໃຫ້ເກີດມີທ່າແຮງໃນການແຂ່ງຂັນກັບຕະຫຼາດສາກົນ.