ເປົ້າໝາຍ ສອຕລ

  ໃນເວລາທີ່ເສດຖະກິດຂອງ ສປປ ລາວ ມີການຂະຫຍາຍຕົວໃນຫຼາຍດ້ານຢ່າງວ່ອງໄວ ຄືໃນປະຈຸບັນນີ້ມີການຂາດແຄນແຮງງານ ແລະ ຂົນຂວາຍເອົາແຮງງານຄົນ ໄປເຮັດວຽກຢູ່ຕ່າງປະເທດ ທີ່ບໍ່ຖືກກົດໝາຍ ແມ່ນເປັນສິ່ງທ້າທາຍໃຫຍ່ຫຼວງທີ່ສຸດ ສຳລັບຂະແໜງອຸດສາຫະກຳຕັດຫຍິບ ແລະ ອຸດສາຫະກຳປຸງແຕ່ງອື່ນໆ ທີ່ເປັນທ່າແຮງຂອງປະເທດຊາດ. ຄາດຄະເນຄວາມຕ້ອງການແຮງງານນັບແຕ່ ປີ 2015 ຫາ ປີ 2020 ຈະມີບໍ່ຕ່ຳກວ່າ 60.000 ຄົນ. ພ້ອມນີ້ຄ່າຂອງເງິນກິິບທຽບໃສ່ເງິນໂດຣາສະຫະລັດພັດສູງຂື້ນ. ແຕ່ລາຄາສິນຄ້າໃນທ້ອງຕະຫຼາດພັດຖີບຕົວສູງຂື້ນ, ກໍເປັນໜື່ງໃນບັນຫາສ່ຽງໄພອັນໜັກໜ່ວງສຳລັບຂະແໜງການຜະລິດ ເພື່ອສົ່ງອອກຂອງ ສປປ ລາວ.
  ໃນການກະກຽມໄປສູ່ການແຂ່ງຂັນໃນຕະຫຼາດສາກົນ ໃນຍຸກເປັນສະມາຊິກຂອງອົງການຄ້າໂລກ ແລະ ສະມາຊິກຂອງປະຊາຄົມເສດຖະກິດອາຊຽນນີ້ ສອຕລ ພ້ອມດ້ວຍສະມາຊິກມີຄວາມຈຳເປັນຢ່າງຍິ່ງທີ່ຈະຕ້ອງປັບປຸງສະພາບການຜະລິດ, ສະພາບໂຮງຈັກໂຮງງານໃຫ້ໄດ້ມາດຕະຖານສາກົນຍິ່ງຂື້ນ.ໂດຍສະເພາະແມ່ນການຍົກລະດັບສີມືແຮງງານໃຫ້ດີຂື້ນຕາມມາດຕະຖານສາກົນ.
ທຸກໂຮງງານຕ້ອງໄດ້ປັບປຸງມາດຕະຖານໂຮງງານຂອງຕົນ ລວມທັງລະບົບຄວາມປອດໄພ ໃນສະຖານທີ່ເຮັດວຽກ, ການເຂົ້າປະກັນສັງຄົມ, ການປັບປຸງເງື່ອນໄຂເຮັດວຽກຂອງຜູ້ອອກແຮງງານ, ການປັບປຸງຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງຜູ້ອອກແຮງງານໃຫ້ດີຂື້ນ ໝາຍຄວາມວ່ານອກຈາກມາດຕະຖານຂອງໂຮງງານທີ່ຈະຕ້ອງຖືກຍອມຮັບຈາກສາກົນແລ້ວ ຕ້ອງປັບປຸງລະບົບເງິນເດືອນ, ສະຫວັດດີການສັງຄົມ ແລະ ເງື່ອນໄຂໃນການເຮັດວຽກ ແລະ ຝຶກອົບຮົມກຳມະກອນໃຫ້ດີຂື້ນ.
  ທັງໝົດນັ້ນເປັນວິໄສທັດຄວາມຫວັງ ແລະ ເປົ້າໝາຍສູ້ຊົນຂອງ ສອຕລ ໃນການພັດທະນາຂະແໜງອຸດສາຫະກຳຕັດຫຍິບທັງໝົດ ທີ່ຕິດພັນໂດຍກົງກັບການປະຕິບັດນະໂຍບາຍລົບລ້າງຄວາມທຸກຍາກ ແລະ ສ້າງວຽກເຮັດງານທຳຂອງ ສປປ ລາວ ເພື່ອໃຫ້ບັັນລຸເປົ້າໝາຍແຜນການສະຫັດສະວັດຂອງສະຫະປະຊາຊາດທີ່ວາງໄວ້ໃນປີ 2020.